Where the Global meets the Local: Managing Caves as Heritage Places within a Mining and Extractive Industry in the Lao PDR ຈຸດເຊື່ອມໂຍງຂອງທ້ອງຖິ່ນ ແລະ ສາກົນ: ການຄຸ້ມຄອງຖໍ້າ ແຫຼ່ງມໍລະດົກທ່າມກາງ

Nicholas Duke Roberts
2020 SPAFA Journal  
Caves meet many unique human and cultural needs as a geological component of local ecology. Within Vilabouly District, Savannakhet Province, southern Lao PDR, caves and their surrounding environments are identified to hold multiple uses and values for local Phou Tay and Brou ethnolinguistic groups. Caves hold overlapping and interdependent uses and values between the past, the present, and the future, and can be considered as 'living' and often 'sacred' natural places. Establishment of the
more » ... ishment of the Sepon Gold & Copper Mine (Sepon Mine) in Vilabouly District during the early 21st century introduced a range of new ideas, uses, and values for caves via implementation of international regulations and 'best practice' for cultural heritage and environmental management. International definitions and practices for heritage management often prioritise tangible and singular values of heritage over multiple or interconnected uses and values, and meaningful engagement of the local community in management processes is often limited. At the Sepon Mine caves were predominately managed for geoheritage, biodiversity, and archaeological values, and mitigation efforts were challenged by complex and ineffective land-tenure arrangements. In this paper I examine the application of international heritage management practices as part of mining operations at the Sepon Mine between 2008 and 2015. Focusing on caves as 'heritage places' I consider the benefit and challenge to incorporate community needs and values in heritage managing process within mining operations. I conclude by proposing integration of regional heritage charters and protocols within mining and extractive industries in the Lao PDR and Southeast Asia, to encourage amalgamation of local, national, and regional beliefs and practices with international 'best practice' in the aim to develop more contextually relevant and sustainable heritage management and conservation practices.ຖໍ້າເປັນສະຖານທີ່ທີ່ສາມາດຕອບສະໜອງຄວາມຕ້ອງການດ້ານວັດຖຸ ແລະ ຈິດໃຈຂອງມະນຸດ ແລະ ປຽບເໝືອນເປັນສ່ວນປະກອບໜຶ່ງທາງດ້ານທໍລະນີສາດຂອງນິເວດວິທະຍາທ້ອງຖິ່ນ. ພາຍໃນເມືອງວິລະບູລີ, ແຂວງສະຫວັນນະເຂດ, ພາກໃຕ້ຂອງ ສປປ ລາວ, ບັນດາຖໍ້າ ແລະ ສະພາບແວດລ້ອມອ້ອມຂ້າງຖໍ້າ ໄດ້ຖືກພິຈາລະນາວ່າ ມີຄຸນຄ່າທາງວັດທະນະທໍາ ແລະ ໄດ້ມີການນໍາໃຊ້ໃນຫຼາຍໆກິດຈະກໍາ ໂດຍກຸ່ມຊົນເຜົ່າພື້ນເມືອງ ເຜົ່າຜູ້ໄທ ແລະ ເຜົ່າບຣາວ. ຖໍ້າຕ່າງໆນັ້ນ ຖືໄດ້ວ່າເປັນສະຖານທີ່ທີ່ມີຄຸນຄ່າເຊິ່ງມັນໄດ້ຖືກນໍາໃຊ້ຢ່າງອິດສະຫຼະ ແລະ ທັບຊ້ອນກັນແບບເປັນຊັ້ນໆລະຫວ່າງອາດີດ; ປັດຈຸບັນ ແລະ ອະນາຄົດ ເຊິ່ງບາງແຫຼ່ງກໍອາດເປັນ "ທີ່ຢູ່ອາໄສ ແລະ ມີຄວາມສັກສິດ" ແຫຼ່ງທໍາມະຊາດ. ພາຍຫຼັງລິເລີ່ມການຂຸດຄົ້ນບໍ່ຄໍາ-ບໍ່ທອງເຊໂປນ ໃນເມືອງວິລະບູລີ ໃນຊ່ວງຕົ້ນສະຕະວັດທີ 21 ໄດ້ເລີ່ມມີແນວຄວາມຄິດໃໝ່ ໃນການເພີ່ມທູນຄຸນຄ່າມໍລະດົກສະຖານປະເພດຖໍ້າ ໂດຍການປະຕິບັດຕາມກົດລະບຽບຂອງສາກົນ ແລະ "ມີການປະຕິບັດຢ່າງດີທີ່ສຸດ" ສໍາລັບການຄຸ້ມຄອງມໍລະດົກວັດທະນະທໍາ ແລະ ສິ່ງແວດລ້ອມອ້ອມຂ້າງ. ບົດບັນຍັດ ແລະ ການປະຕິບັດລະຫວ່າງປະເທດ ໃນການຄຸ້ມຄອງມໍລະດົກ ມັກຈະໃຫ້ບຸລິມະສິດແກ່ບັນດາມໍລະດົກທາງຮູບປະທໍາ ແລະ ສິ່ງທີ່ມີຄຸນຄ່າສະເພາະ ຫຼາຍກວ່າມໍລະດົກທີ່ເປັນລັກສະນະນາມມະທໍາ ຫຼື ສິ່ງທີ່ມີຄຸນຄ່າ ແລະ ການນໍາໃຊ້ທີ່ຄຸມເຄືອກັນ, ແລະ ຊຸມຊົນທ້ອງຖິ່ນມີບໍ່ທັນມີສ່ວນຮ່ວມໃນຂະບວນການຄຸ້ມຄອງມໍລະດົກເທົ່າທີ່ຄວນ. ສໍາລັບຖໍ້າທີ່ຢູ່ບໍລິເວນບໍ່ແຮ່ເຊໂປນໄດ້ຖືກຄຸ້ມຄອງເປັນສ່ວນໃຫຍ່ ໂດຍສະເພາະດ້ານພູມີສາດ, ຊີວະນາໆພັນ ແລະ ຄຸນຄ່າທາງໂບຮານຄະດີ. ຄວາມພະຍາຍາມຫຼຸດຜ່ອນບັນຫາໃນການຄຸ້ມຄອງຖືວ່າ ເປັນສິ່ງທ້າທາຍ ໂດຍສະເພາະການຈັດສັນສິດຄອບຄອງທີ່ດິນທີ່ຍັງມີຄວາມສະຫຼັບຊັບຊ້ອນ ແລະ ບໍ່ມີປະສິດຕິພາບ. ໃນໜັງສືສະບັບນີ້, ຜູ້ຂຽນໄດ້ຍົກຕົວຢ່າງ ການຈັດຕັ້ງປະຕິບັດການຄຸ້ມຄອງມໍລະດົກແບບສາກົນມານໍາໃຊ້ ເຊິ່ງຖືວ່າເປັສ່ວນໜຶ່ງໃນຂໍ້ຕົກລົງຂອງໂຄງການຂຸດຄົ້ນບໍ່ແຮ່ທີ່ເຊໂປນລະຫວ່າງປີ 2008 ແລະ 2015. ໂດຍມຸ່ງເປົ້າໄປທີ່ຖໍ້າ ເຊິ່ງຖືວ່າເປັນ "ມໍລະດົກສະຖານ" ຜູ້ຂຽນໄດ້ພິຈາລະນາເຖິງ ຜົນປະໂຫຍດ ແລະ ສິ່ງທ້າທາຍ ເພື່ອລວມເອົາຄຸນຄ່າ ແລະ ຄວາມຕ້ອງການຂອງຊຸມຊົນໃນຂະບວນການຄຸ້ມຄອງມໍລະດົກ ພາຍໃນການດໍາເນີນໂຄງການຂຸດຄົ້ນບໍ່ແຮ່. ຜູ້ຂຽນໄດ້ສະຫຼຸບໂດຍສະເໜີ ການເຊື່ອມໂຍງບັນດາມໍລະດົກ ແລະ ອະນຸສັນຍາພາກພື້ນ ໃນອຸດສະຫະກໍາການຂຸດຄົ້ນບໍ່ແຮ່ ໃນສປປລາວ ແລະ ອາຊີຕາເວັນອອກສ່ຽງໃຕ້, ເພື່ອກະຕຸກຊຸກຍູ້ການປະສົມປະສານກັບຄວາມເຊື່ອ ແລະ ການປະຕິບັດຂອງທ້ອງຖິ່ນ, ແຫ່ງຊາດ ແລະ ພາກພື້ນ ດ້ວຍການປະຕິບັດຢ່າງມີປະສິດຕິຜົນທີ່ສຸດລະຫວ່າງປະເທດ ເພື່ອແນໃສ່ໃຫ້ມີການພັດທະນາໃນວຽກງານການຄຸ້ມຄອງ ແລະ ການອະນຸລັກມໍລະດົກທີ່ກ່ຽວຂ້ອງໃຫ້ມີຄວາມຍືນຍົງ.
doi:10.26721/spafajournal.v4i0.617 fatcat:biinwzabhfhdnidxqgjyxrtozy